ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະທານາທິບໍດີ​ອີ​ຣານ ແລະ ລາຊະ​ກຸ​ມານ​ອາ​ຣັບ​ບີ ຊາ​ອູ​ດິດ ພົບ​ປະກັນ​​ເທື່ອ​ທຳ​ອິດ

     ສຳນັກຂ່າວຊິນຣວາ ວັນ​ທີ 11 ພະຈິກ ນີ້, ສະເດັດ​ມາ​ຮາ​ມັດບິນ ຊາ​ເລີ​ມັນ ອົງ​ມົງກຸດ​ລາຊະກຸ​ມານ​ຂອງ​ ອາ​ຣັບ​ບີຊາ​ອູ​ດິດ ໄດ້
ພົບ​ປະ​ກັບ ​ທ່ານ ອິບ​ຣາ​ຮິມ ໄຣ​ຊີ ປະທານາທິບໍດີ​ອີ​ຣານ ໃນ​ໄລຍະ​ກອງ​ປະຊຸມສຸດ​ຍອດ​ວິສາມັນ​ຮ່ວມ​ ອາ​ຣັບ-ອິດ​ສະ​ຣາມ.

     ການ​ພົບ​ປະ​ຄັ້ງ​ນີ້​ເປັນ​ການ​ພົບ​ປະກັນເທື່ອ​ທຳອິດລະຫວ່າງ​ຜູ້ນຳສອງປະເທດ ຫຼັງ​ຈາກ​ສອງ​ປະເທດ​ໄດ້​ຟື້ນ​ຟູ​ສາຍ​ພົວພັນ​ທາງ
​ການ​ທູດ​ຄືນໃໝ່​ໃນ​ປີ​ນີ້​ເປັນຕົ້ນ​ມາ. ອາ​ຣັບ​ບີຊາ​ອູ​ດິດ ແລະ ອີ​ຣານ​ ໄດ້​ຕັດຂາດ​ສາຍ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2016, ພາຍ​ໃຕ້​
ການ​ໄກ່​ ເກ່ຍ​ຈາກ​ຜູ້ນຳ ສປ ​ຈີນ, ຜູ້ຕາງ ໜ້າ​ຂອງ ​ອາ​ຣັບ​ບີຊາ​ອູ​ດິດ ແລະ ອີ​ຣານ ໄດ້​ຈັດການ​ສົນທະນາ​ກັນ​ຢູ່​ທີ່​ ປັກ​ກິ່ງ ​ໃນ​ເດືອນ​
ມີນາ ປີ​ນີ້, ຈີນ, ອາ​ຣັບ​ບີຊາ​ອູ​ດິດ ແລະ ອີ​ຣານ​ ໄດ້​ລົງ​ນາມ ແລະ ເຜີຍ​ແຜ​ຖະແຫຼງການ​ຮ່ວມ ​ໂດຍ​ປະກາດ​ວ່າ ອາ​ຣັບ​ບີຊາ​ອູ​ດິດ
ແລະ ອີ​ຣານ ເຫັນ​ດີ​ຟື້ນ​ຟູ​ສາຍ​ພົວພັນ​ທາງ​ການ​ທູດ. ຮອດ​ວັນ​ທີ 6 ເມສາ ທີ່​ຜ່ານ​ມາ, ອາ​ຣັບ​ບີຊາ​ອູ​ດິດ ແລະ ອີ​ຣານ ໄດ້​ລົງ​ນາມ
​ໃນ​ຖະແຫຼງການ​ຮ່ວມ ແລະ​ ສອງ​ປະເທດ​ປະກາດ​ວ່າໄດ້​ຟື້ນ​ຟູ​ສາຍ​ພົວພັນ​ທາງ​ການ​ທູດ​ຈາກ​ມື້​ນັ້ນ​ເປັນຕົ້ນ​ມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/11/2023